ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 941 ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າຄະນະພັກ ຮອບທີ II


ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະບໍລິຫານພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ໃນວັນທີ 24 ມິຖຸນາ 2024, ກອງພັນໃຫຍ່ 941 ເປີດກອງປະຊຸມ ທາບທາມບຸກຄະລາກອນສະໝັກເລືອກຕັ້ງເຂົ້າຄະນະພັກ ສະໄໝ
ທີ VI ຮອບທີ II ຂຶ້ນທີ່ສະໂມສອນຂອງກອງພັນ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະ
ການຄະນະບໍລິຫານພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ພູໂຂງ ມະໂນລາ ເລຂາຄະ
ນະພັກ ຫົວໜ້າການເມືຶອງ ກອງພັນໃຫຍ່ທະຫານຮາບ 941 ພ້ອມດ້ວຍຄະນະ, ມີວິຊາການຈາກກົມຈັດຕັ້ງພັກ ແລະ ບັນດາຜູ້ແທນສົມບູນ-
ສຳຮອງທົ່ວກອງພັນໃຫຍ່ທະຫານຮາບ 941 ເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພັນເອກ ພູໂຂງ ມະໂນລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ທະຫານຮາບ 941 ໄດ້ຂຶ້ນຜ່ານຮ່າງລາຍງານການ
ເມືອງທັງສອງພາກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງ ແລະ ຜົນສຳເລັດໃນໄລຍະຜ່ານມາ, ຈາກນັ້ນ ສະຫາຍ ພັນເອກ ພັນສອນ ຄຳຜິວ ຮອງ
ເລຂາ ຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ທະຫານຮາບ 941 ຂຶ້ນຜ່ານຮ່າງສໍາຫຼວດການນໍາພາລວມຂອງຄະນະພັກ ເວົ້າລວມ, ເວົ້າ
ສະເພາະ ກອງພັນໃຫຍ່ທະຫານຮາບ 941 ພ້ອມອອກແຮງແຂ່ງຂັນ ກັນສ້າງຜົນງານ ແລະ ຂະບວນການດ້ານຕ່າງໆ ໃຫ້ປະກົດຜົນສຳເລັດ ແລະ
ສາມາດໝູນ​ໃຊ້ເຂົ້າໃນຊີວິດຕົວຈິງ. ກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງບົດລາຍງານການເມືອງທັງສອງພາກ ແລະ ບົດ
ສຳຫຼວດນຳພາລວມຂອງ ຄະນະພັກກອງພັນໃຫຍ່ ຢ່າງເປັນຂະບວນການຟົດຟື້ນ ເຮັດໃຫ້ກອງປະຊຸມມີເນື້ອໃນຄວາມໝາຍ ແລະ ຜົນສຳເລັດ.

     ໃນທາມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ
XI ຂອງພັກ ແລະ ສອງວາລະແຫ່ງຊາດເຂົ້າສູ່ຊີວິດຕົວຈິງນັ້ນ. ເຊິ່ງໄດ້ປະຕິບັດຕາມຄຳສັ່ງແນະນຳຂອງຄະນະປະຈຳພັກ ກະຊວງປ້ອງກັນປະເທດ
ແລະ ຄຳສັງແນະນຳຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ ໃນແຕ່ລະຂັ້ນຂອງພັກ ໃນທົວ
ກອງທັບ ກອງປະຊຸມ​​ໄດ້​ໃຊ້ສິດປ່ອນບັດທາບທາມ ເພືອເລືອກເຟັ້ນເອົາບຸກຄະລາກອນ ລົງສະມັກ ເຂົ້າເປັນຄະນະບໍລິຫານງານພັກ ກອງພັນໃຫຍ່
ທະຫານຮາບ 941 ສະໄໝທີ VI ຮອບທີ II ມີຜູ້ເຂົ້າທັງໝົດ 119 ສະຫາຍ, ຍິງ 06 ສະຫາຍ. ແລະ ໄຊ້ສິດປ່ອນບັດທາບທາມ ຂອງຜູ້ສະມັກ
ເລືອກຕັ້ງເຂົ້າເປັນຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ສະໄໝທີ VI ຮອບທີ I ໃຫ້ຖືກຕ້ອງ ຕາມມາດ
ຖານເງືອນໄຂທີ່ຂັ້ນເທິງກຳນົດ.

     ຈາກນັ້ນ, ກອງປະຊຸມໄດ້ຮັບຟັງຄໍາໂອ້ລົມ ຈາກປະທານກອງປະຊຸມ ເຮັດໃຫ້ກອງປະຊຸມຮັບຮູ້-ເຂົ້າໃຈໄດ້ຢ່າງເລິກເຊິ່ງ ທ່ານຍັງໄດ້ສະແດງ
ຄວາມຍ້ອງຍໍ-ຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ ແລະ ນຳເອົາເນື້ອໃນກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີຄວາມເຂັ້ມແຂງກ້າວໜ້າ
ຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ຂັນທະວີ ແກ້ວກາໃຈ
ວັນທີ 27/06/2024